JUMP TO CONTENT

Sales Associate (ພະນັກງານຂາຍ)

  1. Full-time
  2. Sales Acquisition
  3. Muang Champassak

Job description


About the opportunity

  • ຊອກຫາຮ້ານຄ້າໃຫ້ເຂົ້າມາເປັນຄູ່ຮ່ວມທຸລະກິດກັບບໍລິສັດ;
  • ເປັນຜູ້ຕາງໜ້າໃຫ້ບໍລິສັດໃນການນຳສະເໜີຂໍ້ກຳນົດ ແລະ ເງື່ອນໄຂໃນການເປັນຄູ່ຮ່ວມທຸລະກິດ;
  • ເຊັນສັນຍາຮ້ານ, ລົງຂໍ້ມູນຮ້ານໃນລະບົບ ແລະ ເບິ່ງແຍງຮ້ານພາຍຫຼັງການເປີດຂາຍ;
  • ສ້າງຄວາມເຊື່ອໜັ້ນ ແລະ ສ້າງສາຍສຳພັນທີ່ດີຕໍ່ຄູ່ຮ່ວມທຸລະກິດ;
  • ໃຫ້ຄຳປຶກສາ ແລະ ຄຳແນະນຳໃນການບໍລິຫານຈັດການຮ້ານທີ່ຈະເປັນການຊ່ວຍເພີ່ມຍອດຂາຍ;
  • ເປັນເຈົ້າໃນໜ້າວຽກຕົນເອງ, ມີຄວາມຮັບຜິດຊອບສູງ ແລະ ບັນລຸເປົ້າການຂາຍຂອງຕົນ;
  • ມີຄວາມຄິດສ້າງສັນໃນວິທີການ ຫຼື ກົນລະຍຸດການຂາຍ ແລະ ການວາງແຜນການຂາຍ;
  • ຊ່ວຍວຽກ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍຈາກຫົວໜ້າທີມ. 

What you need to be successful

  • ສຳເລັດການສຶກສາຊັ້ນສູງ ຫຼື ປະລິນຍາຕີສາຂາ ການຕະຫຼາດ, ບໍລິຫານທຸລະກິດ ແລະ ສາຂາອື່ນໆທີ່ກ່ຽວຂ້ອງ
  • ສາມາດນຳໃຊ້ຄອມພິວເຕີ/ໄອທີໄດ້ດີ, ມີຄວາມຮູ້ພື້ນຖານກ່ຽວກັບການນຳໃຊ້ Email, MS Office ແລະ Google Suite
  • ສາມາດນຳໃຊ້ພາສາອັງກິດຂັ້ນພື້ນຖານໄດ້, ຖ້າໄດ້ພາສາຈີນ ຈະພິຈາລະນາເປັນພິເສດ
  • ມີທັກສະໃນການສື່ສານ ແລະ ການເຈລະຈາ, ຮັກໃນການບໍລິການ ແລະ ມີມະນຸດສຳພັນດີ
  • ມີທັກສະໃນການແກ້ໄຂບັນຫາສະເພາະໜ້າໄດ້ດີ
  • ມີພາຫະນະເປັນຂອງຕົນເອງ, ມີຄວາມຄຸ້ນເຄີຍ ແລະ ເຂົ້າໃຈສະພາບທ້ອງຖິ່ນ


Who we are

“ເພື່ອເປັນຜູ້ໃຫ້ບໍລິການຈັດສົ່ງອາຫານ ແລະ ເຄື່ອງໃຊ້ປະຈຳວັນທີ່ທ່ານມັກທີ່ສຸດ!” - ນັ້ນແມ່ນພາລະກິດຂອງພວກເຮົາຢູ່ ຟູດແພນດ້າ ('f' ຂະໜາດນ້ອຍ).

ຟູດແພນດ້າ ແມ່ນແພລັດຟອມຈັດສົ່ງອາຫານ ແລະ ເຄື່ອງໃຊ້ທີ່ໃຫຍ່ທີ່ສຸດໃນອາຊີ, ນອກປະເທດຈີນ. ດໍາເນີນທຸລະກິດຢູ່ຫຼາຍກວ່າ 400 ເມືອງໃນທົ່ວ 11 ຕະຫຼາດ, ພວກເຮົາສືບຕໍ່ຂະຫຍາຍ ແລະ ເຕີບໂຕໃນທຸລະກິດຈັດສົ່ງອາຫານຫຼັກຂອງພວກເຮົາ, ເຊັ່ນດຽວກັນກັບໃນຂະແໜງທຸລະກິດໃໝ່ເຊັ່ນ: ການຈັດສົ່ງເຄື່ອງໃຊ້, ໂດຍຜ່ານໂຄງສ້າງພື້ນຖານທາງເຕັກໂນໂລຢີທີ່ເຂັ້ມແຂງເຊິ່ງເປັນແກ່ນຫຼັກຂອງພວກເຮົາ. ຟູດແພນດ້າ ຢູ່ໃກ້ທ່ານພຽງແຕ່ປາຍນິ້ວ, ທ່ານຈະໄດ້ທຸກສິ່ງທີ່ທ່ານຕ້ອງການຢ່າງວ່ອງໄວ ແລະ ສະດວກສະບາຍ ຈາກຮ້ານອາຫານ-ຄູ່ຮ່ວມທຸລະກິດ, ເຮືອນຄົວອອນໄລນ໌ ແລະ ຮ້ານຂາຍເຄື່ອງຍ່ອຍອອນໄລນ໌ຂອງພວກເຮົາ!

ຖ້າທ່ານມັກເຮັດວຽກກັບເຕັກໂນໂລຊີ ເພື່ອສ້າງວິທີແກ້ໄຂ ແລະ ບໍ່ຢ້ານທີ່ຈະລົງມືເຮັດສິ່ງຕ່າງໆໃຫ້ສຳເລັດ, ທ່ານຈະພົບສິ່ງເຫຼົ່ານັ້ນທີ່ ຟູດແພນດ້າ. ຟູດແພນດ້າ ປະກອບດ້ວຍຜູ້ຄົນຈາກກວ່າ 60 ສັນຊາດ, ແລະ ພວກເຮົາເຊື່ອໝັ້ນໃນການເອົາຊະນະດ້ວຍຄວາມຫຼາກຫຼາຍ.

ຟູດແພນດ້າ ແມ່ນໜຶ່ງໃນກຸ່ມບໍລິສັດ ເດລິເວີຣີ ຮີໂຣ, ທີ່ເປັນຜູ້ນຳທາງດ້ານແພລັດຟອມຈັດສົ່ງອາຫານທ້ອງຖິ່ນລະດັບໂລກ ທີ່ດໍາເນີນທຸລະກິດຢູ່ໃນ 70+ ປະເທດທົ່ວໂລກ."


What's in it for you

  • ລາຍໄດ້ສູງ ຫຼາຍກວ່າ 10 ລ້ານ ກີບ!
  • ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.
  • ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.
  • ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.
  • ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.
  • ຄ່າຕອບແທນທີ່ໜ້າດຶງດູດໃຈ, ເງິນອຸດໜູນ, ເບ້ຍລ້ຽງ, food perks, ປະກັນໄພ ແລະ ອື່ນໆ.
  • ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ.
List #1

Some roles you might be interested in

We are sorry but your search has returned no results.


Please try some of the links below to find what you are looking for:

  1. Technology Jobs
  2. MarketingJobs
  3. Product Jobs
  4. People Jobs
  5. Data & Analytics Jobs

  1. Muang Champassak
Search