JUMP TO CONTENT

Intern, Key Account Management

  1. Intern
  2. Interns
  3. Savannakhet

Job description


About the opportunity

  • ບໍລິຫານຈັດການ ແລະ ສົ່ງເສີມສາຍສຳພັນກັບຮ້ານຄ້າ/ຮ້ານອາຫານພ້ອມທັງເປັນເຈົ້າການໃນການຊອກຫາໂອກາດໃນການ
  • ຂະຫຍາຍທຸລະກິດ
  • ບັນລຸເປົ້າໝາຍ (KPIs) ປະຈຳອາທິດແລະປະຈຳເດືອນ
  • ຮັກສາ ແລະ ສ້າງລາຍຮັບ ແລະ ກຳໄລຂອງຮ້ານອາຫານ
  • ເຮັດໃຫ້ຮ້ານຄ້າມີຄວາມໂດດເດັ່ນໂດຍນຳໃຊ້ແນວຄິດການຕະຫຼາດທີ່ສ້າງສັນ
  • ເຈລະຈາຂໍ້ສະເໜີທາງດ້ານການຄ້າເພື່ອໃຫ້ໄດ້ມາເຊິ່ງຜົນປະໂຫຍດສູງສຸດຂອງ foodpanda, ຮ້ານອາຫານ ແລະ ຜູ້ບໍລິໂພກ
  • ປະສານກັບພະແນກທີ່ກ່ຽວຂ້ອງພາຍໃນບໍລິສັດເພື່ອໝັ້ນໃຈວ່າທຸກໆ ວຽກແມ່ນຖືກແກ້ໄຂຖືກຕ້ອງຕາມມາດຕະຖານ
  • ວຽກງານອື່ນໆ ທີ່ຖືກມອບໝາຍໃຫ້ໂດຍຫົວໜ້າສາຍງານ

What you need to be successful

  • ຍິນດີຕ້ອນຮັບນັກສຶກສາຈົບໃໝ່ສາຂາບໍລິຫານທຸລະກົດ ຫຼື ສາຂາທີ່ກ່ຽວຂ້ອງ
  • ມີບຸກຄະລິກກະພາບດີ, ມະນຸດສຳພັນດີ, ທັດສະນະຄະຕິດີ ແລະ ມີຄວາມກະຕືລືລົ້ນໃນການເຮັດວຽກ
  • ມີຄວາມສາມາດໃນການວິເຄາະ ແລະ ແກ້ໄຂບັນຫາ
  • ສາມາດຮັບຜິດຊອບວຽກໂຕເອງໂດຍບໍ່ມີຜູ້ຊ່ວຍ, ມີຄວາມຕັ້ງໃຈ ແລະ ມີຄວາມໝັ້ນໃຈໃນການລິເລີ່ມ
  • ຖ້າມີຄວາມສາມາດໃນການນຳໃຊ້ພາສາຈີນ ຈະພິຈາລະນາເປັນພິເສດ
  • ມີຄວາມຮູ້ພື້ນຖານກ່ຽວກັບຕະຫຼາດຊື້ຂາຍອາຫານອອນລາຍ ຫຼື ກ່ຽວກັບ/ຄ້າຍຄື ບໍລິສັດ foodpanda ຈະພິຈາລະນາເປັນພິເສດ
  • ມີທັກສະການສື່ສານ, ການຊັກຊວນເຈລະຈາຕໍ່ລອງ ແລະ ການລາຍງານທີ່ດີ.


Who we are

“ເພື່ອເປັນຜູ້ໃຫ້ບໍລິການຈັດສົ່ງອາຫານ ແລະ ເຄື່ອງໃຊ້ປະຈຳວັນທີ່ທ່ານມັກທີ່ສຸດ!” - ນັ້ນແມ່ນພາລະກິດຂອງພວກເຮົາຢູ່ ຟູດແພນດ້າ ('f' ຂະໜາດນ້ອຍ).

ຟູດແພນດ້າ ແມ່ນແພລັດຟອມຈັດສົ່ງອາຫານ ແລະ ເຄື່ອງໃຊ້ທີ່ໃຫຍ່ທີ່ສຸດໃນອາຊີ, ນອກປະເທດຈີນ. ດໍາເນີນທຸລະກິດຢູ່ຫຼາຍກວ່າ 400 ເມືອງໃນທົ່ວ 11 ຕະຫຼາດ, ພວກເຮົາສືບຕໍ່ຂະຫຍາຍ ແລະ ເຕີບໂຕໃນທຸລະກິດຈັດສົ່ງອາຫານຫຼັກຂອງພວກເຮົາ, ເຊັ່ນດຽວກັນກັບໃນຂະແໜງທຸລະກິດໃໝ່ເຊັ່ນ: ການຈັດສົ່ງເຄື່ອງໃຊ້, ໂດຍຜ່ານໂຄງສ້າງພື້ນຖານທາງເຕັກໂນໂລຢີທີ່ເຂັ້ມແຂງເຊິ່ງເປັນແກ່ນຫຼັກຂອງພວກເຮົາ. ຟູດແພນດ້າ ຢູ່ໃກ້ທ່ານພຽງແຕ່ປາຍນິ້ວ, ທ່ານຈະໄດ້ທຸກສິ່ງທີ່ທ່ານຕ້ອງການຢ່າງວ່ອງໄວ ແລະ ສະດວກສະບາຍ ຈາກຮ້ານອາຫານ-ຄູ່ຮ່ວມທຸລະກິດ, ເຮືອນຄົວອອນໄລນ໌ ແລະ ຮ້ານຂາຍເຄື່ອງຍ່ອຍອອນໄລນ໌ຂອງພວກເຮົາ!

ຖ້າທ່ານມັກເຮັດວຽກກັບເຕັກໂນໂລຊີ ເພື່ອສ້າງວິທີແກ້ໄຂ ແລະ ບໍ່ຢ້ານທີ່ຈະລົງມືເຮັດສິ່ງຕ່າງໆໃຫ້ສຳເລັດ, ທ່ານຈະພົບສິ່ງເຫຼົ່ານັ້ນທີ່ ຟູດແພນດ້າ. ຟູດແພນດ້າ ປະກອບດ້ວຍຜູ້ຄົນຈາກກວ່າ 60 ສັນຊາດ, ແລະ ພວກເຮົາເຊື່ອໝັ້ນໃນການເອົາຊະນະດ້ວຍຄວາມຫຼາກຫຼາຍ.

ຟູດແພນດ້າ ແມ່ນໜຶ່ງໃນກຸ່ມບໍລິສັດ ເດລິເວີຣີ ຮີໂຣ, ທີ່ເປັນຜູ້ນຳທາງດ້ານແພລັດຟອມຈັດສົ່ງອາຫານທ້ອງຖິ່ນລະດັບໂລກ ທີ່ດໍາເນີນທຸລະກິດຢູ່ໃນ 70+ ປະເທດທົ່ວໂລກ."


What's in it for you

ສະຫວັດດີການ:

  • ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.
  • ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.
  • ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.
  • ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.
  • ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ.
List #1

Some roles you might be interested in

We are sorry but your search has returned no results.


Please try some of the links below to find what you are looking for:

  1. Technology Jobs
  2. MarketingJobs
  3. Product Jobs
  4. People Jobs
  5. Data & Analytics Jobs

  1. Savannakhet
Search