Job description
About the opportunity
- ເຮັດໜ້າທີ່ເປັນຈຸດຕິດຕໍ່ທຳອິດ ສຳລັບແຂກພາຍນອກ ດ້ວຍການບໍລິການລູກຄ້າທີ່ເປັນເລີດ ແລະ ກິລິຍາສຸພາບ;
- ຮັບສາຍ, ຄັດກອງ, ແລະ ສົ່ງຕໍ່ ສາຍໂທລະສັບ ຫຼື ຄຳຖາມ ໃຫ້ຝ່າຍ/ບຸກຄົນທີ່ກ່ຽວຂ້ອງ;
- ໃຫ້ຂໍ້ມູນພື້ນຖານ ແລະ ຖືກຕ້ອງ ແບບເຊິ່ງໜ້າ, ທາງໂທລະສັບ/ອີເມລ;
- ຮັບ, ຈັດລຽງ ແລະ ແຈກຢາຍຈົດໝາຍ/ພັດສະດຸໃນແຕ່ລະມື້;
- ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງຝ່າຍຕ້ອນຮັບ ພ້ອມອຸປະກອນເຄື່ອງຂຽນ ແລະ ວັດສະດຸທີ່ຈຳເປັນທັງໝົດ;
- ຮັກສາຄວາມປອດໄພຂອງສຳນັກງານ ໂດຍປະຕິບັດຕາມຂັ້ນຕອນຄວາມປອດໄພ ແລະ ຄວບຄຸມການເຂົ້າ-ອອກຜ່ານທາງຝ່າຍຕ້ອນຮັບ;
- ຊ່ວຍກະກຽມກອງປະຊຸມ, ງານສຳມະນາ, ຫ້ອງຝຶກອົບຮົມ, ກິດຈະກຳຕ່າງໆ, ການຕົກແຕ່ງ, ອາຫານ, ທີ່ພັກ, ການຂົນສົ່ງ ແລະ ເວັບໄຊທ໌ ຖ້າຈຳເປັນ;
- ສະໜັບສະໜູນຝ່າຍບໍລິຫານຫ້ອງການ ເພື່ອສ້າງຄວາມປ່ຽນແປງໄປໃນທາງທີ່ດີ ໃນການປັບປຸງຂະບວນການບໍລິຫານຈັດການ ແລະ ປະສົບການຂອງພະນັກງານ;
- ປະຕິບັດໜ້າທີ່ອື່ນໆ ຕາມທີ່ຖືກມອບໝາຍ.
What you need to be successful
- ຍິນດີຕອນຮັບນັກສຶກສາຈົບໃໝ່;
- ມີຄວາມສາມາດໃນການສື່ສານ ແລະ ມີສ່ວນຮ່ວມກັບທຸກພາກສ່ວນໄດ້ດີ;
- ມີຄວາມໃສ່ໃຈໃນລາຍລະອຽດ ແລະ ຄວາມສາມາດໃນການພັດທະນາໃຫ້ທັນກັບສະພາບແວດລ້ອມທີ່ມີການປ່ຽນແປງໄວ, ມີລະບົບ ແລະ ການຈັດລະບຽບທີ່ດີ, ມີຄວາມຄິດສ້າງສັນ ແລະ ຄວາມຄິດນອກກອບ;
- ເຕັມໃຈທີ່ຈະຮຽນຮູ້ສິ່ງໃໝ່ໆ, ເຕີບໂຕ ແລະ ມີແຮງຈູງໃຈໃນການເຮັດວຽກທີ່ທ້າທາຍອື່ນໆ;
- ມີທັກສະໃນການຈັດການວຽກ-ເວລາທີ່ດີ ແລະ ມີຄວາມສາມາດໃນການເຮັດວຽກຫຼາຍຢ່າງພ້ອມກັນ;
- ມີທັດສະນະຄະຕິໃນການບໍລິການລູກຄ້າທີ່ດີ;
- ສາມາດເຮັດວຽກພາຍໃຕ້ຄວາມກົດດັນໃນສະພາບແວດລ້ອມທີ່ປ່ຽນແປງຢ່າງວ່ອງໄວ;
- ມີຄວາມຊຳນານໃນການນຳໃຊ້ Email, ແລະ Google Suite;
- ສາມາດໃຊ້ພາສາລາວ ແລະ ພາສາອັງກິດໄດ້ດີ (ທັງການເວົ້າ ແລະ ການຂຽນ).
Who we are
ຟູດແພນດ້າ ແມ່ນສ່ວນໜຶ່ງຂອງກຸ່ມບໍລິສັດ ເດລິເວີຣີ ຮີໂຣ, ເຊິ່ງເປັນແພລດຟອມຂົນສົ່ງທ້ອງຖິ່ນຊັ້ນນຳຂອງໂລກ. ພັນທະກິດຂອງພວກເຮົາຄືການສົ່ງມອບປະສົບການທີ່ດີເລີດ—ວ່ອງໄວ, ງ່າຍດາຍ, ແລະ ສົ່ງເຖິງປະຕູບ້ານຂອງທ່ານ. ພວກເຮົາດຳເນີນກິດຈະການຢູ່ຫຼາຍກວ່າ 70 ປະເທດທົ່ວໂລກ. ສຳນັກງານໃຫຍ່ຕັ້ງຢູ່ທີ່ເມືອງເບີລິນ, ປະເທດເຢຍລະມັນ. ເດລິເວີຣີ ຮີໂຣ ຈົດທະບຽນໃນຕະຫຼາດຫຼັກຊັບແຟງເຟີດ ຕັ້ງແຕ່ປີ 2017 ແລະ ເປັນສ່ວນໜຶ່ງຂອງດັດຊະນີຫຸ້ນ MDAX.
What's in it for you
- ສະພາບແວດລ້ອມການເຮັດວຽກແບບໄດນາມິກ ແລະ ທ້າທາຍ ທີ່ເຕັມໄປດ້ວຍການຮຽນຮູ້ຕະຫຼອດເວລາ.
- ວັດທະນະທຳອົງກອນທີ່ສົ່ງເສີມໃຫ້ທຸກຄົນເປັນເຈົ້າການໃນວຽກ ແລະ ສາຍອາຊີບຂອງທ່ານ.
- ບັນຍາກາດການເຮັດວຽກທີ່ມ່ວນຊື່ນ ທີ່ມາພ້ອມກັບກິດຈະກຳຂອງທີມ ແລະ ບໍລິສັດຢ່າງສະໝ່ຳສະເໝີ.
- ໂອກາດໃນການເປັນສ່ວນໜຶ່ງພາຍໃນທີມທີ່ມີຄວາມສຸກ, ມີຄວາມເປັນມືອາຊີບ, ມີຊີວິດຊີວາ, ແລະ ມີຄວາມ SMART ທີ່ມຸ້ງໝັ້ນໃນຄວາມຫຼາກຫຼາຍ ແລະ ການຢູ່ຮ່ວມກັນ.
- ມຸ້ງໝັ້ນທີ່ຈະພັດທະນາທ່ານທັງໃນດ້ານສ່ວນຕົວ ແລະ ດ້ານອາຊີບ.
Benefits at foodpanda
Within our diverse community, we know that each of us has different lifestyles and preferences. Find out more about our benefits.
Our benefitsList #1
Some roles you might be interested in
We are sorry but your search has returned no results.
Please try some of the links below to find what you are looking for: